ໄຂກອງປະຊຸມເວທີປຶກສາຫາລືອາຊີໂປອາວ(BOAO)ປະຈຳປີ 2021

2021-04-20 16:17:29 |ມາຈາກ:

ວັນທີ 18 ເມສານີ້, ກອງປະຊຸມເວທີປຶກສາຫາລືອາຊີໂປອາວ(BOAO)ປະຈຳປີ 2021ໄດ້ໄຂຂຶ້ນ. ຫົວຂໍ້ຕົ້ນຕໍຂອງກອງປະຊຸມປະຈຳປີຄັ້ງນີ້ແມ່ນ “ການປ່ຽນແປງຄັ້ງໃຫຍ່ຂອງໂລກ: ຮ່ວມກັນບໍລິຫານໂລກໃຫ້ເຂັ້ມແຂງ ແລະ ຮ່ວມສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີຄວາມຄືບໜ້າ”. ນັກຂ່າວໄດ້ຮັບຮູ້ຂໍ້ມູນໃນກອງປະຊຸມຖະແຫຼງຂ່າວເທື່ອທຳອິດນີ້ວ່າ, ກອງປະຊຸມເວທີປຶກສາຫາລືອາຊີໂປອາວປະຈຳປີ 2021ໄຂຂຶ້ນໃນວັນທີ 18 ຮອດວັນທີ 21 ເມສານີ້, ເປັນກອງປະຊຸມໃຫຍ່ສາກົນຄັ້ງທຳອິດຂອງໂລກໃນປີນີ້ ທີ່ຕົ້ນຕໍດຳເນີນກອງປະຊຸມທາງອອບໄລ ຫຼື ແບບເຊິ່ງໜ້າ. ຕາມສະຖິຕິເບື້ອງຕົ້ນ, ທັງໝົດມີຜູ້ແທນ 2600 ກວ່າຄົນມາຈາກ 60 ກວ່າປະເທດ ແລະ ເຂດແຄວ້ນ, ອົງການສື່ມວນຊົນ 160 ແຫ່ງ ແລະ ນັກຂ່າວ 1200 ກວ່າຄົນທີ່ມາຈາກ 18 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມກອງປະຊຸມໃນປີນີ້, ຈຳນວນຄົນລົງທະບຽນໃນປີນີ້ມີກາຍ 4000 ຄົນ.