
ວັນທີ 29 ເດືອນພຶດສະພາ, ການແຂ່ງຂັນຫຸ່ນຍົນໃນການແຂ່ງຂັນປະດິດສ້າງໃໝ່ດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງຊາວໜຸ່ມຄັ້ງທີ 35 ແຂວງຢຸນນານ ແລະ ການແຂ່ງຂັນໂດຣນ (Drone) ຂອງຊາວໜຸ່ມທົ່ວປະເທດຄັ້ງທີ 5(ການແຂ່ງຂັນຮອບແຂວງຢຸນນານ)ໄດ້ເປີດການແຂ່ງຂັນທີ່ນະຄອນສຸຍຈິ້ງ. ການແຂ່ງຂັນໃນຫົວຂໍ້ “ປະດິດສ້າງໃໝ່ ສຳຜັດ ເຕີບໂຕ”, ມີຈຸດປະສົງອົບຮົມຫຼໍ່ຫຼອມນ້ຳໃຈການປະດິດສ້າງໃໝ່ດ້ານເຕັກນິກ ແລະ ຄວາມສາມາດການປະຕິບັດຂອງຊາວໜຸ່ມ, ຊຸກຍູ້ການພັດທະນາກິດຈະກຳການສຶກສາດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງຊາວໜຸ່ມ, ເພື່ອສ້າງເວທີການແລກປ່ຽນ ການສະແດງດ້ານການປະດິດສ້າງໃໝ່ຂອງວິທະຍາສາດ-ເຕັກໂນໂລຊີ ແລະ ການສຶກສາວິທະຍາສາດຂອງນັກຮຽນກັບຄູໃນໂຮງຮຽນປະຖົມແລະມັດທະຍົມຕົ້ນ. ການແຂ່ງຂັນຊຸດນີ້ດຶງດູດຜູ້ເຂົ້າຮ່ວມ ປະມານ 700 ຄົນ ທີ່ມາຈາກ 16 ກິ່ງແຂວງ ແລະເມືອງເຂົ້າຮ່ວມການແຂ່ງຂັນໃນຫຼາຍລາຍການ.



