ບ້ານກູເຊິງເມືອງຕ້າຫຼີທີ່ມີພາບວິວທິວທັດສວຍງາມ

2021-01-07 15:03:20 |ມາຈາກ: yunnangateway

ບ້ານກູເຊິງທີ່ຕັ້ງຢູ່ກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍ ທິດຕາເວັນຕົກສ່ຽງໃຕ້ຂອງແຂວງຢຸນນານ, ແມ່ນບ້ານມູນເຊື້ອຂອງຊົນເຜົ່າປາຍທີ່ຕັ້ງຢູ່ຂ້າງທະເລສາບເອີຫາຍ ມີປະຫວັດຄວາມເປັນມານັບພັນປີ, ຢູ່ທີ່ນີ້ມີທິວທັດທີ່ສວຍງາມຫຼາຍ.

ໃນຊຸມປີມໍ່ໆມານີ້,  ບ້ານກູເຊິງໄດ້ມີຄວາມພະຍາຍາມໃນການບູລະນະສະພາບແວດລ້ອມນິເວດ ແລະ ປັບປຸງສະພາບແວດລ້ອມການດຳລົງຊີວິດຂອງປະຊາຊົນ. ບ້ານກູເຊິງໃນລະດູໜາວ, ເຮືອນຂອງປະຊາຊົນຊົນເຜົ່າປາຍ,ແລະ ມີຂົວບູຮານ, ຕົ້ນໄມ້ເກົ່າທີ່ຮັກສາໄວ້ເປັນຢ່າງດີ, ພ້ອມກັບທ້ອງຟ້າສີຟ້າ, ເມກຂາວ, ພູເຂົາທີ່ຫ່າງໄກ ແລະ ນ້ຳໃສ, ປະກອບເປັນພາບວິວທີ່ສວຍງາມ, ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຫລາຍຄົນມາທ່ອງທ່ຽວທີ່ນີ້.