16 ເມືອງທັງໝົດໃນແຂວງຢຸນນານມີເສັ້ນທາງດ່ວນ

2021-01-15 16:09:22 |ມາຈາກ: Yunnan Gateway

ໃນວັນທີ 13 ມັງກອນ, ເສັ້ນທາງດ່ວນຈາກເມືອງໂມຈ່ຽງຫາເມືອງຫຼີນຊ່າງໃນແຂວງຢຸນນານໄດ້ສ້າງສຳເລັດ ແລະ ເປີດໃຫ້ບໍລິການທົດລອງ, ເຊິ່ງເປັນສັນຍະລັກທີ່ສະແດງໃຫ້ເຫັນວ່າ 16 ກິ່ງແຂວງ ແລະ ເມືອງທັງໝົດໃນແຂວງຢຸນນານໄດ້ເຂົ້າເຖິງເສັ້ນທາງດ່ວນ. ຮອດທ້າຍປີ 2020, ໄລຍະທາງຂອງທາງດ່ວນແຂວງຢຸນນານໄດ້ບຸກທະລຸຮອດ 9000 ກິໂລແມັດ.

ອິີງຕາມຂໍ້ມູນຂ່າວສານ, ເສັ້ນທາງດ່ວນຈາກເມືອງໂມຈ່ຽງຫາເມືອງຫຼີນຊ່າງເລີ່ມກໍ່ສ້າງໃນເດືອນທັນວາ 2015, ເສັ້ນທາງດ່ວນນີ້ເລີ່ມຕົ້ນຈາກ ເມືອງໂມຈ່ຽງເມືອງພູເອີທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງແຂວງຢຸນນານ, ແລະ ສິ້ນສຸດລົງໃນເຂດຫຼີນຊຽງ ເມືອງຫຼີນຊ່າງ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງແຂວງຢຸນນານ, ມີຄວາມຍາວປະມານ 236 ກິໂລແມັດ, ຫລັງຈາກເສັ້ນທາງດ່ວນນີ້ໄດ້ເປີດໃຫ້ສັນຈອນແລ້ວ, ຈາກເມືອງຄຸນໝິງໄປເມືອງຫຼີນຊ່າງໃຊ້ເວລາພຽງແຕ່ 4 ຫາ 5 ຊົ່ວໂມງ.