ເລື່ອງຂອງຄູ່ຜົວເມຍຢູ່ບ້ານຊົນເຜົ່າຢີທີ່ກັບຄືນບ້ານເກີດເພື່ອເລີ່ມຕົ້ນດຳເນີນທຸລະກິດ

2021-03-30 16:01:16 |ມາຈາກ:

ບ້ານດ້າປູດົງ ເຄີຍເປັນບ້ານທີ່ທຸກຍາກຫຼາຍຂອງບ້ານຊົນເຜົ່າຢີ, ບ້ານນີ້ມີ 36 ຄົວເຮືອນ 138 ຄົນ, ຍ້ອນວ່າພູຜາຫຼາຍດິນນາໜ້ອຍ, ຫີນຫຼາຍ ແລະ ດິນໜ້ອຍ, ມີຄວາມແຫ້ງແລ້ງ ແລະ ຂາດແຄນນໍ້າ, ສະພາບພື້ນຖານທີ່ບໍ່ດີ, ຄົນໜຸ່ມຂອງບ້ານນີ້ສ່ວນໃຫຍ່ອອກໄປເຮັດວຽກທາງນອກຕະຫຼອດປີເພື່ອທຳມາຫາກິນ.

ທ້າວ ເຊີນຈ່ຽຍເວີນ ແລະ ນາງ ວັງຊູຫົວ ແມ່ນຄູ່ຜົວເມຍມາຈາກບ້ານດ້າປູດົງ ເມືອງຊົນຜົ່າຢີຈຽວອູຈີເມືອງໂລຜິງ ແຂວງຢຸນນານ, ນັບຕັ້ງແຕ່ປີ 2001, ພວກເຂົາໄດ້ເລືອກໄປເຮັດວຽກຢູ່ແຂວງກວາງຕຸ້ງ. ໃນລະຫວ່າງທີ່ສອງຜົວເມຍເຮັດວຽກຢູ່ຕ່າງແຂວງ, ໂສມໜ້າຂອງບ້ານເກີດເຂົາເຈົ້າກໍ່ປ່ຽນໄປແຕ່ລະມື້. ສອງຄົນເຫັນໄດ້ວ່າບ້ານເກີດນັບມື້ນັບສວຍງາມ ແລະ ນັກທ່ອງທ່ຽວນັບມື້ນັບຫຼາຍຂື້ນ, ບ້ານເກົ່າທີ່ທຸກຍາກໄດ້ເປັນບ້ານໃໝ່ທີ່ມີເອກະລັກສະເພາະຂອງຊົນເຜົ່າຢິໃນປັດຈຸບັນ. ທ້າວ ເຊີນຈ່ຽຍເວີນ ແລະ ນາງ ວັງຊູຫົວ ສອງຜົວເມຍໄດ້ກັບຄືນບ້ານເພື່ອເລີ່ມຕົ້ນເຮັດທຸລະກິດ. ໃນປີ 2019, ພວກເຂົາໄດ້ນຳ ໃຊ້ເງິນຝາກປະຢັດທີ່ໄດ້ມາຈາກການເຮັດວຽກ ແລະ ເງິນກູ້, ສ້າງອາຄານຂະໜາດນ້ອຍສອງຊັ້ນ, ພັດທະນາເຮືອນພັກແບບຊົນນະບົດ ແລະ ໃຫ້ບໍລິການດ້ານອາຫານ.

ກ່ຽວກັບອະນາຄົດ, ສອງຜົວເມຍມີຄວາມໝັ້ນໃຈຢ່າງເຕັມທີ່. "ບ້ານເກີດຈະນັບມື້ນັບສວຍງາມ,ນັກທ່ອງທ່ຽວນັບມື້ນັບຫຼາຍຂື້ນ,ທຸລະກິດຂອງພວກເຮົາຈະນັບມື້ນັບດີຂຶ້ນ."ຢູ່ໃນທ້ອງຖິ່ນ, ຊາວບ້ານຫຼາຍຄົນທີ່ຄືກັບທ້າວ ເຊີນຈ່ຽຍເວີນ ແລະ ນາງ ວັງຊູຫົວ ໄດ້ອີງໃສ່ການທ່ອງທ່ຽວຊົນນະບົດເພື່ອສ້າງຄວາມຮັ່ງມີຍັງມີຫຼາຍຄົນ. ໃນປີ 2020, ເມືອງນີ້ຈະດຶງດູດນັກທ່ອງທ່ຽວໄດ້ຫຼາຍກວ່າ 1 ແສນຄົນ, ລາຍຮັບສະເລ່ຍຕໍ່ປີຂອງຊາວບ້ານທີ່ເປີດເຮືອນພັກມີຫຼາຍກ່ວາ 50,000 ຢວນ, ຄົນໜຸ່ມຈຳນວນຫຼວງຫຼາຍໄດ້ເພີ່ມລາຍໄດ້ ແລະ ສ້າງຄວາມຮັ່ງມີຢູ່ ບ້ານເກີດຂອງຕົນເອງ.