ງານບຸນສົງການ (ບຸນຫົດນ້ຳ) ແມ່ນບຸນປະເພນີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊົນເຜົ່າໄທລື້,ປະຊາຊົນຊົນເຜົ່າໄທລື້ຄິດວ່ານ້ຳແມ່ນສິ່ງທີ່ເປັນຄວາມໂຊກດີ ແລະ ຄວາມສຸກ, ປະຊະຊົນຫົດນ້ຳເຊິ່ງກັນ ແລະ ກັນເພື່ອສະແດງເຖິງຄວາມເປັນສີລິມຸງຄຸນ, ຄວາມສຸກ, ແລະ ມີ ສຸຂະພາບທີ່ເຂັ້ມແຂງ. ວິທີການສະເຫຼີມສະຫຼອງງານບຸນສົງການ ມີຄື ການເອົານ້ຳມົນ, ການກາບໄຫວ້, ການຮ້ອງເພງການເຕັ້ນ ແລະ ອື່ນໆ, ກິດຈະກຳຈະດຳເນີນຕິດຕໍ່ກັນເປັນເວລາ 3 ຫາ 7 ວັນ.
ປີນີ້ແມ່ນປີ 1383 ໃນປະຕິທິນຊົນເຜົ່າໄທລື້, ແລະ ການສະເຫລີມສະຫລອງຈະຈັດຂື້ນໃນກາງເດືອນເມສາ, ແຕ່ຍ້ອນຜົນກະທົບຂອງການລະບາດພະຍາດໂຄວິດ-19, ກິດຈະກຳການສະເຫຼີມສະຫຼອງປີນີ້ໄດ້ການປ່ຽນມາຈັດຢູ່ເທິງອິນເຕີເນັດ, ກິດຈະກຳຕົ້ນຕໍມີຄື ງານລາຕີສິລະປະຕ້ອນຮັບປີໃໝ່, ກິດຈະກຳປະເພນີພື້ນເມືອງ, ແລະ ງານວາງສະແດງສິລະປະ. ຂໍເຊີນທ່ານມາເບິ່ງຊົມຄວາມງົດງາມຂອງບຸນສົງການໃນປີທີ່ຜ່ານມາ.