ທ່ານ ຫານໝີງຮວາ(Hanminghua)ເຮັດຕົວແບບເຮືອແດງ

2021-04-16 15:33:16 |ມາຈາກ:

ເຮືອແດງ, ຕັ້ງຢູ່ໃນສວນສາທາລະນະໜານຮູ(Nanhu)ນະຄອນເຈຍຊິງ(Jiaxing)ແຂວງເຈີ້ຈ່ຽງ ພາກຕາເວັນອອກສ່ຽງໃຕ້ຂອງຈີນ. ທ້າຍເດືອນກໍລະກົດ ປີ 1921, ກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທຳອິດຂອງພັກກອມມູນິດຈີນ ໄຂຂຶ້ນໃນນະຄອນຊຽງໄຮ້ ແລະຍ້າຍໄປດຳເນີນການປະຊຸມ ແລະ ປິດປະຊຸມເທິງເຮືອທ່ອງທ່ຽວລຳໜຶ່ງ ຢູ່ ໜອງໜານຮູ(Nanhu) (ໜອງພາກໃຕ້) ນະຄອນເຈຍຊິງ(Jiaxing), ພັກກອມມູນິດຈີນກໍ່ໄດ້ສ້າງຕັ້ງຂຶ້ນ. ເຮືອລຳນີ້ກາຍເປັນສັນຍະລັກຂອງການປະຕິວັດຈີນ, ແລະ ກໍ່ໄດ້ມີຊື່ວ່າ——ເຮືອແດງ. ເນື່ອງຈາກວ່າມີສາເຫດຈາກສົງຄາມ,ເຮືອລຳນີ້ຈຶ່ງຖືກທຳລາຍ. ໃນປີ 1959, ລັດຖະບານຈີນເຮັດເຮືອແດງລຳໜຶ່ງຂຶ້ນມາໃໝ່ຕາມຕົວແບບ, ເປັນເຮືອທີ່ລະນຶກເຖິງກອງປະຊຸມຜູ້ແທນທົ່ວປະເທດຄັ້ງທຳອິດຂອງພັກກອມມູນິດຈີນ.

ເພື່ອສະເຫຼີມສະຫຼອງການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ100ປີ, ທ່ານ ຫານໝີງຮວາ(Hanminghua)ຜູ້ມີປະສົບການ 20 ກ່ວາປີ ໃນການເຮັດຕົວແບບເຮືອແດງ, ທັງເປັນຜູ້ສືບທອດມໍລະດົກ ວັດທະນະທຳທີ່ບໍ່ເປັນວັດຖຸຂອງແຂວງເຈີ້ຈ່ຽງ, ເຮັດຕົວແບບເຮືອແດງ 2ແສນກ່ວາ ລຳ ທີ່ມີຂະໜາດແຕກຕ່າງກັນ, ເພື່ອໃຫ້ປະຊາຊົນສຳພັດຄວາມງາມຂອງເຮືອແດງໜອງໜານຮູ(Nanhu),ເພື່ອໃຫ້ນ້ຳໃຈ ມູນເຊື້ອຂອງພັກກອມນູນິດຈີນສົ່ງຕໍ່ ໄປທຸກທິດທຸກທາງ.