ເມື່ອຄວາມງາມພົບກັບກິ່ນຫອມຂອງປື້ມ

2022-04-22 18:00:20 |ມາຈາກ:

ວັນອ່ານປຶ້ມໂລກ ທີ່ຈະມາເຖິງໃນວັນທີ 23 ເມສານີ້, ຂໍເຊີນທ່ານໄປຢ້ຽມຢາມຮ້ານຂາຍປຶ້ມທີ່ມີເອກະລັກຫລາຍແຫ່ງຢູ່ຈີນຜ່ານຮູບພາບ, ພວກເຮົາຫວັງວ່າຮ້ານປຶ້ມຈະນັບມື້ນັບດີຂຶ້ນ, ໝູ່ເພື່ອນທີ່ມັກອ່ານປຶ້ມຈະນັບມື້ນັບຫຼາຍຂຶ້ນ.


ຮ້ານປຶ້ມຕົງຝັງຄຸນໝິງ: ຮ້ານປຶ້ມຕົງຝັງຄຸນໝິງໄດ້ຮັບການສ້າງຕັ້ງຂຶ້ນຄັ້ງທໍາອິດໃນປີ 1926, ໃນຊ່ວງໄລຍະປີ 1938 - 1946 ທ່ານ ເວີນຢີຕົວ ແລະ ທ່ານ ວ່າງເຈີນຊີ (ນັກຂຽນຊື່ດັງຂອງຈີນ) ໄດ້ມາຮ້ານປຶ້ມເລື້ອຍໆ. ​ໃນປີ 2018, ຮ້ານປື້ມຕົງຝັງໄດ້ຮັບການກໍ່ສ້າງຄືນໃໝ່ຢູ່ຄຸນໝິງ,ສະພາບແວດລ້ອມທີ່ສວຍສົດງົດງາມແລະບັນຍາກາດຂອງວັດທະນະທຳທີ່ເຂັ້ມແຂງໄດ້ດຶງດູດຜູ້ອ່ານເປັນຈຳນວນຫຼວງຫຼາຍມາຮ້ານນີ້.