ພາຍໃນມະຫາວິທະຍາໄລຢຸນນານມີວົງດົນຕີຂອງຄົນລາວວົງຫນຶ່ງທີ່ມີຊື່ວ່າ The funny

2018-11-28 15:17:51 |ມາຈາກ: Yunnan Gateway

 

“ໜ້າຮັກແລະສົດໃສ ຫົວໃຈເຈົ້າຊ່າງແສນດີ......”ພາຍໃນມະຫາວິທະຍາໄລຢຸນນານໄດ້ມີສຽງເພັງທີ່ມ່ວນໆດັງຂຶ້ນ.ເມື່ອຍ່າງເຂົ້າເບິ່ງໃກ້ໆແລ້ວຈຶ່ງເຫັນວ່າ,ມີຜູ້ຊາຍສອງຄົນກຳລັງຫຼິ້ນກິຕາແລະມີອີກ 4 ຄົນຮ້ອງເພັງຢູ່ທາງຂ້າງ.ເຊິ່ງພາບນີ້ກໍໄດ້ດຶງດູດຫຼາຍຄົນມາຊົມເບິ່ງກັນ, “ເຂົາເຈົ້າຮ້ອງເພັງຫຍັງ,ເປັນຫຍັງຄືຟັງບໍ່ເຂົ້າໃຈ?”. ທີ່ຈິງແລ້ວ,ນີ້ແມ່ນວົງດົນຕີ The funny ທີ່ປະກອບດ້ວຍນັກສຶກສາລາວທີ່ມາຮຽນຢູ່ຈີນກຳລັງຮ້ອງເພັງລາວທີ່ມີຊື່ວ່າ “ໜ້າຮັກ”.