ພາຍໃນມະຫາວິທະຍາໄລຢຸນນານມີວົງດົນຕີຂອງຄົນລາວວົງຫນຶ່ງທີ່ມີຊື່ວ່າ The funny

2018-11-28 15:17:51 |ມາຈາກ: Yunnan Gateway

ວົງດົນຕີ The funny, ແມ່ນ ທ້າວ ອ່າເຫວີນ ຜູ້ທີ່ເປັນນັກສຶກສາລາວມາຮຽນຢູ່ຈີນໄດ້ກໍ່ຕັ້ງວົງຂຶ້ນເມື່ອສາມປີກ່ອນ.ທ້າວ ອ່າເຫວີນ ມັກດົນຕີຕັ້ງແຕ່ຍັງນ້ອຍ,ລາວເຄີຍກໍ່ຕັ້ງວົງດົນຕີກ່ອນມາຮຽນຢູ່ຈີນ,ແຕ່ວ່າຫຼັງຈາກມາຈີນແລ້ວວົງຂອງລາວກໍຕ້ອງຖືກຍົກເລີກໄປ.ທີ່ມະຫາວິທະຍາໄລຢຸນນານ,ທ້າວ ອ່າເຫວີນ ໄດ້ຮູ້ຈັກກັນກັບໝູ່ເພື່ອນທີ່ຮັກດົນຕີຄືກັນ,ເຂົາເຈົ້າຈຶ່ງໄດ້ກໍ່ຕັ້ງວົງດົນຕີວົງນີ້ຂຶ້ນມາ.