【ເມືອງຕີຊິ້ງມີຜູ້ສືບທອດວັດທະນະທຳ】
ຮ້ອງເພງເກີຊ້າເອີ ນຳ ນາງເຫີຈີ່ນເມີຍ

2018-09-06 16:16:30 |ມາຈາກ: Yunnan Gateway

“ຊີວະປະຫວັດຂອງເຈົ້າເກີຊ້າເອີ”ເປັນບົດກະວີປະຫວັດສາດທີ່ຍິ່ງໃຫຍ່ຂອງຊົນເຜົ່າທິເບດ.ໃນປະຫວັດສາດທີ່ຍາວນານ,ບົດກະວີປະຫວັດສາດສະບັບນີ້ໄດ້ເຜີຍແຜ່ຢູ່ເຂດຊົນເຜົ່າທິເບດດ້ວຍຮູບແບບປາກຕໍ່ປາກຢ່າງກວ້າງຂວາງ,ແລ້ວຄ່ອຍໆຫັນເປັນສິລະປະ, ກາຍເປັນການສະແດງແລະຮູບແບບການເຜີຍແຜ່ທີ່ພິເສດ “ເລົ່າຮ້ອງ”.ແຕ່ຫນ້າເສຍດາຍ,ໃນປັດຈຸບັນທີ່ເມືອງຕີຊິ້ງ,ການເລົ່າຮ້ອງກະວີເກີຊ້າເອີໄດ້ກາຍເປັນມໍລະດົກວັດທະນະທຳນາມມະທຳທີ່ໃກ້ຈະສູນຫາຍໃນລະດັບສູງແລ້ວ,ຜູ້ສືບທອດທີ່ສາມາດຮ້ອງກະວີປະຫວັດສາດເກີຊ້າເອີແມ່ນບໍ່ຫຼາຍແລ້ວ.