【ເມືອງຕີຊິ້ງມີຜູ້ສືບທອດວັດທະນະທຳ】
ຮ້ອງເພງເກີຊ້າເອີ ນຳ ນາງເຫີຈີ່ນເມີຍ

2018-09-06 16:16:30 |ມາຈາກ: Yunnan Gateway

ທີ່ເມືອງຕີຊິ້ງ,ນອກຈາກອ່າຫຼາວ ນາງເຫີຈີ່ນເມີຍ ເປັນພຽງຄົນດຽວທີ່ສາມາດຮ້ອງເກີຊ້າເອີ 52 ຕອນໄດ້ຈົນໝົດ. “ອ່າຫຼາວ”ໃນທີ່ນີ້ຫມາຍເຖິງຕົວແທນຜູ້ສືບທອດລະດັບຊາດປະເພດລາຍການເກີຊ້າ(ຊື)ເອີຂອງໂຄງການມໍລະດົກວັດທະນະທຳນາມມະທຳລະດັບໂລກ ທ່ານເຫີໝິງຢວນ.ລາວທັງເປັນອາຈານຂອງ ນາງເຫີຈີ່ນເມີຍ ທັງເປັນລຸ້ນອ້າຍທີ່ ນາງເຫີຈີ່ນເມີຍ ໄວ້ວາງໃຈແລະເພິ່ງພາອາໄສ.ອ່າຫຼາວດຽວນີ້ອາຍຸ 70 ກວ່າປີແລ້ວ,ສຸຂະພາບບໍ່ແຂງແຮງປານໃດ,ນາງເວົ້າວ່າ: “ຂ້າພະເຈົ້າມີແຕ່ມາຢາມເພິ່ນແຕ່ລະມື້,ພະຍາຍາມຮຽນເທົ່າທີ່ຈະຮຽນໄດ້.”ເພື່ອຮຽນໃຫ້ໄດ້ດີຮຽນໃຫ້ໄດ້ຄົບຖ້ວນ,ນາງເກືອບວ່າໃຊ້ເວລາພັກຜ່ອນທັງໝົດຂອງຕົນເຂົ້າໃນການຮຽນນີ້.ນາງຖາມອາຈານເທື່ອລະເລັກລະນ້ອຍ,ແລ້ວທ່ອງເປັນຕອນເປັນຕອນເມື່ອຢູ່ໃນເຮືອນຂອງຕົນ.ນອກຈາກ ນາງເຫີຈີ່ນເມີຍແລ້ວ,ທ່ານເຫີໝິງຢວນ ກໍໄດ້ສິດສອນໃຫ້ແກ່ລຸ້ນຫຼານຂອງຕົນຄືກັນ,ຫວັງວ່າຈະຍິ່ງມີຫຼາຍຄົນສາມາດຮັບຮູ້ສິລະປະອັນເປັນມູນເຊື້ອປະເພດນີ້.