【ເມືອງຕີຊິ້ງມີຜູ້ສືບທອດວັດທະນະທຳ】
ຮ້ອງເພງເກີຊ້າເອີ ນຳ ນາງເຫີຈີ່ນເມີຍ

2018-09-06 16:16:30 |ມາຈາກ: Yunnan Gateway

ນາງເຫີຈີ່ນເມີຍ ອາຍຸ 53 ປີໄດ້ອ່ວຍໜ້າໄປຫາດວງອາທິດຢ່າງເຄົາລົບ,ສຽງເພງມ່ວນໆ,ເມື່ອຮ້ອງເຖິງບ່ອນທີ່ຊາບຊຶ້ງຈົນເກືອບພາໃຫ້ຄົນຟັງນໍ້າຕາໄຫລອອກມາ.ເມື່ອນາງໄດ້ຮ້ອງບົດເພງກະວີປະຫວັດສາດ “ຊີວະປະຫວັດຂອງເຈົ້າເກີຊ້າເອີ”ທີ່ຍິ່ງໃຫຍ່ເພງນີ້, ສາມາດເຮັດໃຫ້ຜູ້ຟັງເກີດມີຄວາມຮູ້ສຶກທີ່ຊາບຊຶ້ງຫຼາຍ,ບໍ່ວ່າຈະແມ່ນຊາວທ້ອງຖິ່ນຫຼືວ່ານັກທ່ອງທ່ຽວ.