
ຫວ່າງມໍ່ໆມານີ້,ກິດຈະກຳ “ການແລກປ່ຽນການນຳໃຊ້ເຕັກນິກໃໝ່ GMS ແລະຫົວຂໍ້ສະເພາະຂອງການພັດທະນາເຄືອຂ່າຍໄຟຟ້າ”ທີ່ບໍລິສັດໄຟຟ້າພາກໃຕ້ປະເທດຈີນສາຂາແຂວງຢຸນນານແລະວິທະຍາໄລແມ່ນໍ້າຂອງເປັນຜູ້ຈັດຮ່ວມກັນໄດ້ຈັດຂຶ້ນທີ່ນະຄອນຄຸນໝິງແຂວງຢຸນນານ,ລວມມີພະນັກງານທີ່ມາຈາກຂະແໜງການດຽວກັນ 6 ປະເທດກໍຄື:ຈີນ,ໄທ,ຫວຽດນາມ,ລາວ,ມຽນມາແລະກຳປູເຈຍເຂົ້າຮ່ວມ.