ກິດຈະກຳ “ການແລກປ່ຽນການນຳໃຊ້ເຕັກນິກໃໝ່ GMS ແລະຫົວຂໍ້ສະເພາະຂອງການພັດທະນາເຄືອຂ່າຍໄຟຟ້າ”ໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ

2018-10-30 14:59:04 |ມາຈາກ: Yunnan Gateway

ເພື່ອປະຕິບັດຂໍ້ລິເລີ່ມການກໍ່ສ້າງ “ໜຶ່ງແລວທາງໜຶ່ງເສັ້ນທາງ”ແຫ່ງຊາດໃຫ້ເປັນຈິງ,ເລັ່ງຊຸກຍູ້ການເຊື່ອມໂຍງເຊິ່ງກັນແລະກັນດ້ານເຄືອຂ່າຍໄຟຟ້າຂອງເຂດອະນຸແມ່ນໍ້າລ້ານຊ້າງແມ່ນໍ້າຂອງ,ເພີ່ມທະວີການແລກປ່ຽນການຮ່ວມມືດ້ານກຳລັງໄຟຟ້າ GMS ແຫ່ງຊາດ ແລະ ດ້ານວັດທະນະທໍາມະນຸດໃຫ້ເຂັ້ມແຂງຂຶ້ນ,ອີງຕາມ “ສັນຍາໂຄງລ່າງການຮ່ວມມື”ທີ່ບໍລິສັດໄຟຟ້າພາກໃຕ້ປະເທດຈີນໄດ້ເຊັນກັບວິທະຍາໄລແມ່ນໍ້າຂອງແລະແຜນການການຮ່ວມມືປະຈຳປີ 2018,ກິດຈະກຳຄັ້ງນີ້ຈະລວມທັງການແລກປ່ຽນສຳມະນາ 7 ວັນແລະການທັດສະນະສຶກສາສະຫນາມປະຕິບັດຕົວຈິງ 3 ວັນ.ເນື້ອໃນຂອງການຝຶກອົບຮົມແມ່ນການນຳໃຊ້ເຕັກນິກໃໝ່ GMS ແລະການແລກປ່ຽນເຕັກນິກຫົວຂໍ້ສະເພາະກ່ຽວກັບການພັດທະນາເຄືອຂ່າຍໄຟຟ້າ,ກ່ຽວພັນເຖິງເຕັກນິກການຈັດສັນໄຟຟ້າທີ່ມີເຕັກນິກສູງ,ການພັດທະນາແລະການນຳໃຊ້ພະລັງງານທົດແທນທາງທະເລ,ອິນເຕີເນັດພະລັງງານ(ອິນເຕີເນັດ+ພະລັງງານທີ່ມີເຕັກນິກສູງ),ເຕັກນິກການເກັບຮັກສາແລະອື່ນໆ,ເຊິ່ງດຳເນີນການແລກປ່ຽນດ້ານເຕັກນິກການແບບໂມດູນໂດຍຜູ້ຊ່ຽວຊານຂອງລະບົບບໍລິສັດເຄືອຂ່າຍໄຟຟ້າແຂວງຢຸນນານແລະຜູ້ຊ່ຽວຊານທີ່ຈ້າງຈາກພາຍນອກ.