ປະເພນີການແຕ່ງງານຂອງຊົນເຜົ່າຫວ້າແຂວງຢຸນນານ

2018-05-14 16:27:13 |ມາຈາກ: Daguan Weekly

ມົນສະເໜ່ຂອງການແຕ່ງດອງນັ້ນແມ່ນ:ຮູ້ຈັກກັນໃນເວລາສັ້ນ,ຢູ່ຮ່ວມກັນໄປຕະຫຼອດຊີວິດ.ສຳລັບ ຈ້າວເວີ້ຍ ທີ່ເປັນຊາວເຜົ່າຫວ້າທີ່ເກີດຊຸມປີ1960ບອກວ່າ,ການແຕ່ງງານບໍ່ມີ“ຮູບແຕ່ງງານ”,ກໍບໍ່ມີ“ວັນທີ່ລະລຶກຂອງການແຕ່ງງານ”,ການແຕ່ງງານກໍ່ແມ່ນ“ດຳລົງຊີວິດຢູ່ນຳກັນຢ່າງໝັ້ນຄົງ”.

ການແຕ່ງງານຂອງຊົນເຜົ່າຫວ້າ,ສ່ວນຫຼາຍແມ່ນຜ່ານການລົມສາວແບບອິດສະຫລະເສລີ.ແຕ່ກ່ອນ,ບ່າວສາວຂອງເຜົ່າຫວ້ານັບຈາກອາຍຸ15-16ປີກໍ່ເລີ່ມເຂົ້າຮ່ວມກິດຈະກຳເບີກບານສັງຄົມບອກເວົ້າຄວາມຮັກ.ກິດຈະກຳເຫຼົ່ານີ້,ຖືກຊາວພື້ນເມືອງເອີ້ນເປັນ“ການທ່ຽວສາວ”.

“ການທ່ຽວສາວ”

“ການທ່ຽວສາວ”ບໍ່ມີສະຖານທີ່ກຳນົດພິເສດ,ແຕ່ຕາມທຳມະດາແມ່ນຢູ່ໃນເຮືອນຂອງຜູ້ສາວ.ທຸກໆຄ່ຳຄືນ,ພວກບ່າວສາວຈຶ່ງເຕົ້າໂຮມມາຢູ່ນຳກັນ,ພວກຜູ້ບ່າວພາກັນເປົ່າປີ່,ຫຼິ້ນຊໍສາມສາຍ,ເດີນທາງສູ່ເຮືອນຂອງຜູ້ສາວທີ່ກຳລັງລໍຖ້າ.ໜຸ່ມບ່າວສາວທັງໝົດພ້ອມພາກັນຟ້ອນລຳທຳເພງ,ມອບຢາສູບແລະໝາກຄ້ຽວເຊິ່ງກັນແລະກັນ,ບ່າວສາວຫວີຜົນໃຫ້ກັນແລະກັນ,ເວົ້າຢອກໄຍກັນຢ່າງມ່ວນຊື່ນ.

ໃນຂັ້ນຕອນ“ການທ່ຽວສາວ”,ອາດຈະມີ“ກໍລະນີ”ທີ່ຫນ້າແປກໃຈບາງຢ່າງ.ຖ້າມີຜູ້ບ່າວຜູ້ໃດໜຶ່ງໄດ້ຮັກມັກຜູ້ສາວຜູ້ໃດຜູ້ໜຶ່ງຂື້ນມາ ຈຶ່ງຫາໂອກາດຍາດເອົາຜ້າຄຽນຫົວ,ເຄື່ອງປະດັບຕ່າງໆຂອງລາວ,ເຊິ່ງເປັນການສະແດງວ່າຂໍແຕ່ງງານກັບລາວ.ໃນເວລານີ້,ບໍ່ກ່ຽວວ່າຜູ້ສາວຈະເຫັນດີຫຼືປະຕິເສດ,ລ້ວນແຕ່ຕ້ອງຮ້ອງຂຶ້ນ,ທຳທ່າຕ້ານທານ.ພາຍໃນສອງສາມມື້,ຖ້າຜູ້ສາວບໍ່ໄປຈັບເອົາເຄື່ອງຂອງຕົນຄືນກໍ່ສະແດງວ່າໄດ້ຍອມຮັບຄຳຂໍຮັກຂອງຜູ້ບ່າວແລ້ວ.ຕົກລົງປົງໃຈສ້າງສາຍພົວພັນເປັນຄູ່ຮັກບ່າວສາວແລ້ວ,ຄູ່ຮັກສອງຝ່າຍຈະດຳລົງຊິວິດຫ່າງເຫີນອອກຈາກເພື່ອນຝູງແລະເລີ່ມພົວພັນກັນແບບສ່ວນຕົວ.ຕໍ່ມາ,ຖ້າພົວພັນກັນໄດ້ພັດທະນາຂື້ນຢ່າງສະບາຍ ຝ່າຍຜູ້ບ່າວຈະແຕ່ງແມ່ສື່ໄປທາບທາມການແຕ່ງງານ,ແລ້ວນັດງານໝັ້ນ,ໃນທີ່ສຸດ ກໍ່ກາຍເປັນຄົນຄອບຄົວດຽວກັນ.

ທ່ານຈ້າວເວີ້ຍທີ່ກິ່ງແຂວງປົກຄອງຕົນເອງເຜົ່າຫວ້າເມືອງສີເມືອງນະຄອນພູເອີໄດ້ຫວນຄືນສະພາບການຂໍແຕ່ງງານແຕ່ກ່ອນນັ້ນໄດ້ເວົ້າວ່າ:“ໃບຊາ ເຫຼົ້າທີ່ເຮັດດ້ວຍຕົນເອງແລະຢາສູບແມ່ນຈຳເປັນຕ້ອງຖືໄປ”.ຫຼັງຈາກສອງຝ່າຍໄດ້ກຳນົດເວລາການແຕ່ງດອງແລ້ວ,“ຝ່າຍຜູ້ບ່າວຕ້ອງໄປເຮັດວຽກຢູ່ເຮືອນຂອງຝ່າຍຜູ້ສາວ,ມີແຕ່ເຮັດວຽກຢູ່ເຮືອນຜູ້ສາວເທົ່ານັ້ນ,ບໍ່ໄດ້ກິນເຂົ້າຢູ່ເຮືອນຜູ້ສາວ,ແລະກໍບໍ່ໄດ້ນອນຢູ່ເຮືອນຜູ້ສາວ”,ຕໍ່ເນື່ອງເຖິງສາມປີ,ຊ່ວງເວລາ“ໄລຍະກວດສອບ”ນີ້ຈຶ່ງສິ້ນສຸດຢ່າງຈົບງາມ,ຈຶ່ງຈະສາມາດຈັດຕັ້ງງານແຕ່ງດອງແລະຮັບຜູ້ສາວມາເຮືອນຂອງຕົນຢ່າງເປັນທາງການ.

“ການຊອກຫາເຈົ້າສາວ”

ທີ່ບ້ານເຜົ່າຫວ້າປ່ານມຸ,ໃນເວລາ11ໂມງຕອນຄໍ່າ,ກິດຈະກຳ“ການຊອກຫາເຈົ້າສາວ”ໄດ້ເລີ່ມຂຶ້ນຢ່າງເປັນທາງການ.ເມື່ອເກມໄດ້ເລີ່ມຂຶ້ນແລ້ວ,ພວກຄົນຈະນັບເວລາຖອຍຫຼັງໂດຍອໍໂຕດ້ວຍຕົນເອງ—ຍ້ອນວ່າຖ້າບໍ່ໄດ້ຊ່ວຍເຈົ້າບ່າວຊອກເຫັນເຈົ້າສາວກ່ອນ12ໂມງຕອນກາງຄືນ,ກໍ່ໝາຍຄວາມວ່າເຈົ້າເສຍໄຊຊະນະໃນເກມແລ້ວ.

ໃນກິດຈະກຳ“ການຊອກຫາເຈົ້າສາວ”ໃນວັນແຕ່ງດອງ,ເຈົ້າບ່າວຈະຂໍໃຫ້ພີ່ນ້ອງແລະໝູ່ເພື່ອນຂອງຕົນຊ່ວຍໄປຊອກຫາເຈົ້າສາວ.ສ່ວນວ່າຈະສາມາດຊອກເຫັນເຈົ້າສາວແລະພາລາວມາເຮືອນກ່ອນ12ໂມງຕອນກາງຄືນຫຼືບໍ່ນັ້ນກໍ່ຖືເປັນຂອດສຳຄັນຂອງງານແຕ່ງດອງນີ້.

“ຖ້າວ່າກາຍກວ່າ12ໂມງຕອນກາງຄືນແລ້ວ,ເຈົ້າບ່າວຊອກເຈົ້າສາວບໍ່ເຫັນ,ສອງຄົນກໍ່ບໍ່ສາມາດແຕ່ງງານກັນ,ເຖິງແມ່ນວ່າສອງຄົນຈະຮັກມັກກັນຫຼາຍປານໃດກໍຕາມ,ເຈົ້າບ່າວກໍບໍ່ແຕ່ງເອົາຜູ້ສາວຜູ້ນີ້ອີກ.”ຈ້າວເວີ້ຍບອກພວກເຮົາວ່າ:ການແຕ່ງງານຊົນເຜົ່າຫວ້າເວົ້າເຖິງການໃສ່ໃຈຊ່ວງເວລາບອກລາງ,ຖ້າຫາກດຶງເຈົ້າສາວກັບບ້ານເກີນເວລາ,ກໍ່ສະແດງເຖິງເປັນລາງບໍ່ດີ“ເຈົ້າສາວກໍ່ບໍ່ແມ່ນເຈົ້າສາວອີກແລ້ວ”

ແຕ່ວ່າຜ່ານການຢັ້ງຢືນແລ້ວຮັບຮູ້ວ່າ,ທີ່ບ້ານເຜົ່າຫວ້າຢູ່ອ້ອມຂ້າງ,“ກໍລະນີທີ່ຊອກບໍ່ເຫັນເຈົ້າສາວໃນວັນແຕ່ງງານ”ບໍ່ເຄີຍເກີດຂຶ້ນຈັກເທື່ອ.

ໃນວັນທີ່ຮັບເຈົ້າສາວມາເຮືອນຂອງເຈົ້າບ່າວນັ້ນ,ເຈົ້າສາວບໍ່ສາມາດນອນຢູ່ເທິງຕຽງ,ມີແຕ່ສາມາດນອນຢູ່ຂ້າງຄີໄຟນຳເພື່ອນມິດຂອງຕົນ.ເປັນເວລາດົນນານມາແລ້ວ,ຄີໄຟໄດ້ມີທີ່ຕັ້ງອັນສຳຄັນຢູ່ໃນເຮືອນຂອງຊາວເຜົ່າຫວ້າ,ຊີວິດປະຈຳວັນຂອງຊາວເຜົ່າຫວ້າແມ່ນຕິດແໜ້ນກັບຄີໄຟ.ຊົນເຜົ່າຫວ້າປ່ານມຸຄິດວ່າ,ເມຍເປັນ“ແຂກມີກຽດ”,ພາຍຫຼັງທີ່ໄດ້ແຕ່ງເອົາມາແລ້ວຈຶ່ງຖືກຈັດໃຫ້ນອນຢູ່“ບ່ອນມີກຽດ”ທີ່ຢູ່ຂ້າງຄີໄຟ.ຫຼັງຈາກຄໍ່ານີ້ໄດ້ຜ່ານໄປແລ້ວ,ເຈົ້າສາວກໍສາມາດນອນກັບເຈົ້າບ່າວຂອງຕົນໄດ້ແລ້ວ.

ຫຼັງຈາກໄດ້ຈັດແຈງເຈົ້າສາວໃຫ້ເປັນລະບຽບຮຽບຮ້ອຍແລ້ວ,ເຈົ້າບ່າວຈະຟ້ອນລຳທຳເພງ ກິນເຫຼົ້າກັບໝູ່ເພື່ອນຈົນເຖິງຟ້າແຈ້ງ.

ນັກຂ່າວ YANG XIUJIE

ຮູບພາບໂດຍ MENG ZHIGANG