ນົກໜ້າອັດສະຈັນໃນປ່າ- ນົກກົກ

2021-03-29 15:57:53 |ມາຈາກ:

ນົກກົກແມ່ນນົກໃຫຍ່ປະເພດໜຶ່ງທີ່ລຳ້ຄ່າ ແລະ ໜ້າອັດສະຈັນ, ສິ່ງທີ່ໜ້າແປກປະຫຼາດກໍຄືເທິງຫົວຂອງມັນ, ເບິ່ງຄືກັບໝວກທອງທີ່ພົ້ນອອກມາ, ຈຶ່ງເອີ້ນວ່າເປັນນໍ, ຄືກັນກັບນໍແຮດ, ດັ່ງນັ້ນໃນປະເທດຈີນນົກຊະນິດນີ້ຈຶ່ງມີຊື່ຄ້າຍຄືກັບໂຕແຮດ.

ເມືອງອິງຈ່ຽງ ແຂວງຢຸນນານ ຖືກເອີ້ນເປັນ “ຮ່ອມຜານົກກົກແຫ່ງປະເທດຈີນ”, ເປັນສະຖານທີ່ດຽວໃນປະເທດຈີນທີ່ມີບັນທຶກວ່າມີນົກກົກເຖິງ 5 ຊະນິດ. ເມືອງອິງຈ່ຽງ ມີນົກກົກຫຼາຍສາຍພັນເຊັ່ນ ນົກກົກນໍຄູ່, ນົກກົກນໍລາຍດອກໄມ້, ນົກກົກນໍເປັນຈຸດ ແລະ ອື່ນໆ.

“ດວງດາວແຫ່ງຊີວະນາໆພັນ” ແມ່ນຄໍລຳສື່ມວນຊົນທີ່ແຂວງຢຸນນານກໍ່ຕັ້ງຂຶ້ນມາ ໂດຍປິ່ນອ້ອມຫົວຂໍ້ “ຮູບພາບອັນປານີດຂອງລະບົບຊີວະນາໆພັນ”, ປິ່ນອ້ອມແນວຄິດການປົກປັກຮັກສາຊີວະນາໆພັນເປັນຈຸດສຳຄັນ, ໂດຍເລີ່ມຈາກມຸມມອງຄວາມງົດງາມຂອງຊີວະນາໆພັນໃນແຂວງຢຸນນານເປັນຈຸດເລີ່ມຕົ້ນ, ສະແດງໃຫ້ທົ່ວໂລກໄດ້ເຫັນຄວາມງາມຂອງການກໍ່ສ້າງຄວາມສີວິໄລຂອງລະບົບນິເວດຈີນ.

ການແນະນຳຂອງບັນນາທິການ
滇ICP备 09002441号
中华人民共和国国务院新闻办公室 支持指导
云南省人民政府新闻办公室 主办
云南日报报业集团 承办
本网站由云桥网版权所有,未经授权禁止复制或建立镜像
Copyright ©yunnangateway.com All Rights Reserved since 2006