ສີສັນພື້ນຖານຂອງໄວໜຸ່ມແມ່ນການບຸກບືນສູ້ຊົນ

2022-05-06 17:41:51 |ມາຈາກ: CRI

ຖ້າວ່າ ໄວໜຸ່ມມີສີສັນພື້ນຖານ, ສິ່ງນັ້ນຕ້ອງແມ່ນການບຸກບືນສູ້ຊົນ. ຊາວໜຸ່ມຕ້ອງປະສົມປະສານລະຫວ່າງອຸດົມການຂອງຕົນເຂົ້າກັບອະນາຄົດຂອງປະເທດຊາດ ແລະ ຊາຕາກຳຂອງຊົນຊາດຢ່າງສະໜິດແໜ້ນ, ຝຶກຝົນຫຼໍ່ຫຼອມຕົນເອງຢູ່ຮາກຖານ, ຜ່ານຜ່າຄວາມຫຍຸ້ງຍາກນານາປະການ, ຈຶ່ງສາມາດເບັ່ງບານດັ່ງດອກໄມ້ຍາມໄວໜຸ່ມຢ່າງຈົບງາມ.

ບໍ່ວ່າໃນປະຫວັດສາດຂອງປະເທດຈີນ ຫຼື ປະເທດລາວ, ໃນການຕໍ່ສູ້ຕ້ານກັບການຮຸກຮານຂອງສັດຕູພາຍນອກ ເພື່ອປົດປ່ອຍຊາດ ແລະ ຄວາມເປັນເອກະລາດຂອງປະເທດຊາດ, ຊາວໜຸ່ມທີ່ມີອຸດົມການສູງສົ່ງຢ່າງນັບບໍ່ຖ້ວນໄດ້ບຸກບືນສູ້ຊົນຢ່າງກ້າຫານ, ອຸທິດຕົນແບບບໍ່ເຫັນແກ່ຕົວເພື່ອອຸດົມການປະຕິວັດ ແລະ ພາລະກິດອັນຍິ່ງໃຫຍ່, ໃຊ້ຄວາມກະຕືລືລົ້ນແຫ່ງໄວໜຸ່ມຂອງຕົນເພີ່ມສີສັນອັນພົ້ນເດັ່ນໃຫ້ແກ່ຍຸກສະໄໝ.

ການຝັງຮາກຢ່າງເລິກເຊິ່ງຢູ່ຮາກຖານ, ແມ່ນຄວາມຮຽກຮ້ອງຂອງປະເທດຊາດ ແລະ ຊົນຊາດທີ່ມີຕໍ່ຊາວໜຸ່ມ. ສຳລັບຊາວໜຸ່ມໃນຍຸກປັດຈຸບັນຄວນຈັດເອົາ ເປົ້າໝາຍສູ້ຊົນຂອງຕົນ ເຊື່ອມໂຍງເຂົ້າໃນແຜນແມ່ບົດຂອງພັກ ແລະ ລັດ, ຖືເອົາຮາກຖານເປັນຫ້ອງຮຽນ, ຖືເອົາພຶດຕິກຳເປັນຄູອາຈານ ແລະສ້າງຜົນງານຢູ່ຮາກຖານ.

ຕ້ອງຝັງຮາກຢ່າງເລິກເຊິ່ງຢູ່ຮາກຖານ, ຈຶ່ງສາມາດແຕກດອກອອກຜົນຢ່າງຈົບງາມ. ຊາວໜຸ່ມໃນຍຸກໃໝ່ຄວນສູ້ຊົນຢູ່ບ່ອນທີ່ປະເທດຊາດມີຄວາມຕ້ອງການຫຼາຍທີ່ສຸດ ແລະ ຮີບດ່ວນທີ່ສຸດ. ບໍ່ວ່າຢູ່ຊົນນະບົດ, ເຂດຊຸມຊົນ, ຫຼືຢູ່ແນວໜ້າຂອງການຄົ້ນຄວ້າວິທະຍາສາດ ແລະເຂດຊາຍແດນ, ເພື່ອແກ້ໄຂບັນຫາຊ່ວຍພີ່ນ້ອງປະຊາຊົນ, ຄົ້ນຄວ້າວິທະຍາສາດ, ປົກປັກຮັກສາດິນແດນຂອງປະເທດຊາດ. ເຖິງວ່າຈະຢູ່ໃນສະຖານທີ່ແຕກຕ່າງກັນກໍຕາມ, ແຕ່ຕ້ອງສຸມທຸກຄວາມພະຍາຍາມຢ່າງທໍລະຫົດອົດທົນເຊັ່ນກັນ, ຍິ່ງແມ່ນສິ່ງແວດລ້ອມທີ່ສັບສົນລຳບາກ, ຍິ່ງຈະສາມາດສ້າງຊີວິດຢ່າງຈົບງາມໄດ້.

ໃນຍຸກໃໝ່, ຊາວໜຸ່ມສາມາດລົງມືເຮັດວຽກຕົວຈິງຈາກຕຳແໜ່ງຮາກຖານຢ່າງຕິດແທດຕົວຈິງ. ຍຸກໃໝ່ນີ້ໄດ້ອຳນວຍເວທີອັນກວ້າງຂວາງກວ່າເກົ່າໃຫ້ກັບຊາວໜຸ່ມ, ຕົວຢ່າງວ່າ: ຢູ່ປະເທດຈີນ, ຊາວໜຸ່ມສາມາດນຳໜ້າພັດທະນາອຸດສາຫະກຳ, ເຜີຍແຜ່ວິທະຍາສາດເຕັກໂນໂລຊີດ້ານກະສິກຳ, ສົ່ງເສີມຮີດຄອງປະເພນີທີ່ສິວິໄລໃນຊົນນະບົດ, ຊຸກຍູ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນ, ເຊິ່ງລ້ວນແຕ່ໄດ້ຮັບໝາກຜົນຢ່າງພົ້ນເດັ່ນ.

ນັບມາຮອດທ້າຍປີ 2021, ຢູ່ຈີນມີ 470.000 ກວ່າຄົນໄດ້ເຂົ້າຮ່ວມສະໜັບສະໜູນການສຶກສາ, ວຽກງານກະສິກຳ, ການແພດ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ຮາກຖານ, ນັກສຶກສາໜຸ່ມຫຼາຍລ້ານຄົນ ໄດ້ຜ່ານພຶດຕິກຳຕົວຈິງເຂົ້າຮ່ວມການເຄື່ອນໄຫວລົງພື້ນຖານຢູ່ຊົນນະບົດ. ຊາວໜຸ່ມຈີນໃນຍຸກໃໝ່, ໄດ້ເພີ່ມພະລັງຊີວິດຊີວາເຂົ້າໃນການເຊື່ອມໂຍງການປັບປຸງໝາກຜົນແຫ່ງການລຶບລ້າງຄວາມທຸກຍາກກັບການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງມີປະສິດທິຜົນ.