
ສິ່ງມະຫັດສະຈັນຢ່າງທີ2 ແມງໄມ້ທີ່ມີອາຍຸຫຼາຍລ້ານກວ່າປີເປີດເຜີຍຄວາມລັບໃນສະໄຫມບູຮານ
“ແມງໄມ້ຢຸນນານ”ເປັນບັນພະບູລຸດທຳອິດຂອງສັດທີ່ມີກະດູກສັນຫຼັງ ການຄົ້ນພົບມັນກາຍເປັນສິ່ງທີ່ຍິ່ງໃຫຍ່ໃນການເປີດສັກກະຫຼາດໃໝ່.ຢຸນນານ ເປັນແຫຼ່ງກຳເນີດບັນພະບູລຸດຂອງມະນຸດ;ຢູ່ທີ່ນີ້ ສາມາດໄດ້ຍິນສຽງສະທ້ອນຈາກຊີວິດໃນສະໄໝບູຮານໄດ້.
ສິ່ງມະຫັດສະຈັນຢ່າງທີ3 ເລົ່າເລື່ອງສະໄໝບູຮານດ້ວຍໃບໄມ້
ຊຸມປີນີ້ ຊັບພະຍາກອນທາງດ້ານການທ່ອງທ່ຽວທີ່ໄດ້ສະສົມມາພັນກວ່າປີຂອງບ້ານກິງໂກນັ້ນ ຄ່ອຍໆຫັນປ່ຽນເປັນຂະແໜງການທຸລະກິດທ່ອງທ່ຽວເພື່ອການພັກຜ່ອນແລ້ວ ຊຶ່ງໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດຢ່າງຫຼວງຫຼາຍ,ໄດ້ນຳລາຍໄດ້ມາໃຫ້ແກ່ບ້ານກິງໂກ 60 ລ້ານກວ່າຢວນໃນແຕ່ລະປີ.