“ປະກົດການສິ່ງມະຫັດສະຈັນ 18 ຢ່າງ”ຂອງຢຸນນານສະບັບໃໝ່

2018-12-20 17:51:24 |ມາຈາກ: Yunnan Gateway

ສິ່ງມະຫັດສະຈັນຢ່າງທີ 13 ປູກໝາກໂມທີ່ຕ່າງປະເທດແລະຂາຍຢູ່ພາຍໃນປະເທດ
ຫຼີວຟາງຫົງ ຜູ້ອຳນວຍການຂອງພະແນກການພັດທະນາສັງລວມຂອງບໍລິສັດເສດຖະກິດການຄ້າສາງເຫີເມືອງຫວານຕີ່ງນະຄອນໂຣ້ຍລີ້ໄດ້ແນະນຳວ່າ,ປະເທດມຽນມາປູກໝາກໂມໄດ້ຕະຫຼອດປີ,ແລະໝາກໂມສາມາດຂາຍໄດ້ດີຢູ່ປະເທດຈີນໃນລະດູໜາວ,ເຊິ່ງສາມາດທົດແທນຕະຫຼາດໝາກໂມຂອງປະເທດຈີນໃນລະດູໜາວໄດ້.

ສິ່ງມະຫັດສະຈັນຢ່າງທີ 14 ການຖ່າຍຮູບເງົາມັກເລືອກທິວທັດຢູ່ແຂວງຢຸນນານ
ເມື່ອຍ່າງຢູ່ໃນຕົວເມືອງຫຼືຊົນນະບົດຂອງກິ່ງແຂວງປົກຄອງຕົນເອງເຜົ່າປາຍຕ້າຫຼີ ສາມາດພົບເຫັນດາລາໄດ້ເລື້ອຍໆ,ການເລືອກທິວທັດຂອງຕ້າຫຼີເປັນສະຖານທີ່ຖ່າຍຮູບເງົາໄດ້ກາຍເປັນເລື່ອງທີ່ພົບເຫັນໄດ້ທົ່ວໄປແລ້ວ.

ສິ່ງມະຫັດສະຈັນຢ່າງທີ 15ຮັດສາຍແອວທີ່ແຄມເຫວເລິກຜາຊັນໂຕຫຼົງ
ແຕ່ກ່ອນ ແມ່ນໍ້າໂຕຫຼົງບໍ່ມີທາງຫຼວງ ການຂົນສົ່ງສະບຽງອາຫານແລະເຄື່ອງໃຊ້ປະຈຳວັນຕ້ອງໃຊ້ແຮງຄົນຫຼືມ້າໄປຫາບ,ການໄປມາເທື່ອໜຶ່ງຕ້ອງໃຊ້ເວລາ 10 ກວ່າມື້,ໄລຍະທາງຫ່າງໄກ ທັງຍັງບໍ່ປອດໄພອີກດ້ວຍ.ແຕ່ວ່າປັດຈຸບັນແມ່ນບໍ່ຄືເກົ່າແລ້ວ ລົດຕູ້ສາມາດສົ່ງໄປເຖິງປະຕູເຮືອນແລ້ວ.