“ປະກົດການສິ່ງມະຫັດສະຈັນ 18 ຢ່າງ”ຂອງຢຸນນານສະບັບໃໝ່

2018-12-20 17:51:24 |ມາຈາກ: Yunnan Gateway

ສິ່ງມະຫັດສະຈັນຢ່າງທີ 7 ຄົນຕ່າງປະເທດດຳລົງຊີວິດຢູ່ໃນເມືອງບູຮານ
ທີ່ຖະໜົນຄົນຕ່າງປະເທດຫມາຍເລກ 70 ຂອງເມືອງບູຮານຕ້າຫຼີ,ຄອບຄົວສູຈີ້ຜິງທັງ 3 ຄົນທີ່ເປັນຄົນມຽນມາກຳລັງເຮັດທຸລະກິດຄ້າຂາຍແກ້ວມໍລະກົດ,ເຂົາເຈົ້າໄດ້ດຳລົງຊີວິດຢູ່ທີ່ນີ້ມາຢ່າງຍາວນານແລ້ວ.

ສິ່ງມະຫັດສະຈັນຢ່າງທີ 8 ດອກໄມ້ຂອງເຕົານານຖືກຈຳໜ່າຍໄປທົ່ວໂລກ
ຫວ່າງປີມໍ່ໆນີ້ ດອກໄມ້ຂອງເຕົານານໄດ້ກ້າວເຂົ້າສູ່ໃນໄລຍະໂອກາດທີ່ມີການພັດທະນາທີ່ດີທີ່ສຸດ.ໃນປີ 2017 ຈຳນວນການຄ້າຂາຍດອກໄມ້ຕັດສົດຂອງຕະຫຼາດດອກໄມ້ເຕົານານບັນລຸເຖິງ 7.634 ລ້ານກ້ານ ຍອດມູນຄ່າການຂາຍມີເຖິງ 6.382 ລ້ານໂດລາ ແລະໄດ້ຈຳໜ່າຍໄປເຖິງ 50 ກວ່າປະເທດແລະເຂດແຄວ້ນຕ່າງໆ, ໃນດ້ານປະລິມານ ດ້ານຍອດມູນຄ່າການຂາຍຈຳນວນຄັ້ງຄົນໃນການຊື້ຂາຍແລະຍອດສົ່ງອອກໄດ້ຖືກຈັດຢູ່ໃນອັນດັບທຳອິດພາຍໃນປະເທດຈີນສືບຕໍ່ມາເປັນເວລາ 20 ກວ່າປີແລ້ວ.

ສິ່ງມະຫັດສະຈັນຢ່າງທີ 9 ການສືບທອດມໍລະດົກພູມປັນຍາທາງວັດທະນະທຳ
ທ່ານນາງ ສີກຸ້ຍແຫຼນ,ຜູ້ສືບທອດມໍລະດົກທາງພູມປັນຍາການຟ້ອນ “ກໍຈ່ວງ”ເຊິ່ງເປັນມໍລະດົກພູມປັນຍາທາງວັດທະນະທຳລະດັບຊາດ ໄດ້ດຳລົງທີ່ບ້ານປົນຈືລານຕາແສງປົນຈືລານຂອງເມືອງເຕີຊິນ,ດຽວນີ້ມີອາຍຸ 76 ປີແລ້ວ.ມາເຖິງປັດຈຸບັນ,ເພິ່ນໄດ້ສິດສອນນັກສຶກສາທັງຫມົດ 30 ຄົນແລ້ວ,ເຖິງແມ່ນວ່າຕົນເອງຟ້ອນບໍ່ໄດ້ແລ້ວກໍຕາມ ແຕ່ເພິ່ນຍັງຢຶດໝັ້ນໃນການໄປຊີ້ນຳໃຫ້ແກ່ຊາວໜຸ່ມທີ່ສູນການສອນຟ້ອນ “ກໍຈ່ວງ”ທີ່ບ້ານປົນຈືລານ.