ສິ່ງມະຫັດສະຈັນຢ່າງທີ່4 ຊ້າງເຂົ້າມາໃນບ້ານແມ່ນເລື່ອງທຳມະດາ
ໃນເຂດບ້ານທີ່ຢູ່ອ້ອມຂ້າງເຂດອະນຸລັກທຳມະຊາດລະດັບຊາດຂອງສິບສອງພັນນາ,ເມື່ອຕື່ນຂຶ້ນມາໃນຕອນເຊົ້າເດິກຈະສັງເກດເຫັນວ່າສາລີທີ່ໄດ້ຫ້ອຍຢູ່ກ້ອງເຮືອນແລະເກືອທີ່ຢູ່ໃນຫ້ອງແຕ່ງກິນ “ຫາຍໄປ”ດ້ວຍໂຕຊ້າງນັ້ນແມ່ນສິ່ງປົກກະຕິທີ່ຊາວບ້ານລຶ້ງເຄີຍແລ້ວ.
ສິ່ງມະຫັດສະຈັນຢ່າງທີ 5 ສິນຄ້າເຂດພູດອຍຈຳຫນ່າຍເຖິງແຕ່ລະທ້ອງຖິ່ນໂດຍຜ່ານອິນເຕີເນັດ
ເມືອງເຈິ້ນຄາງໄດ້ຊຸກຍູ້ສົ່ງເສີມພັດທະນາການກໍ່ສ້າງແລະການຊົມໃຊ້ຜົນປະໂຫຍດຮ່ວມກັນໃນດ້ານທຸລະກິດການຄ້າແບບອີເລັກໂຕຣນິກ,ໃນປັດຈຸບັນ,ເມືອງນີ້ໄດ້ສ້າງສູນບໍລິຫານທຸລະກິດອີເລັກໂຕຣນິກລະດັບເມືອງຂຶ້ນ 1 ແຫ່ງ,ສະຖານີບໍລິການສາທາລະນະຂອງທຸລະກິດອີເລັກໂຕຣນິກລະດັບຕາແສງ 7 ແຫ່ງ,ຈຸດບໍລິການສາທາລະນະຂອງທຸລະກິດອີເລັກໂຕຣນິກລະດັບບ້ານ 71 ແຫ່ງ.
ສິ່ງມະຫັດສະຈັນຢ່າງທີ 6 ນົກຍາງມາຂ້າມຜ່ານລະດູໜາວ
ພູຕ້າປາວຊານຕັ້ງຢູ່ພາກຕາເວັນຕົກຂອງເມືອງຈ່າວທົ່ງ,ຄວາມສູງຈາກລະດັນໜ້ານໍ້າທະເລແມ່ນ 3000 ແມັດຫາ 3200 ແມັດ,ເປັນເຂດອະນຸລັກທຳມະຊາດລະດັບຊາດທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລທີ່ສູງທີ່ສຸດທີ່ນົກຍາງຄໍດຳແລະສິ່ງແວດລ້ອມທາງນິເວດຂອງມັນຖືກຈັດເປັນສິ່ງອະນຸລັກຕົ້ນຕໍພາຍໃນປະເທດຈີນ.