
ສິ່ງມະຫັດສະຈັນຢ່າງທີ 16 ລົດໄຟແລະລົດຍົນຕ່າງກໍມີຄວາມໄວຫຼາຍ
ໂດຍມີສະຖານີພາກຕາເວັນອອກເປັນສູນກາງ ເສັ້ນທາງລົດໄຟແຂວງຢຸນນານໄດ້ເຊື່ອມໂຍງກັບເສັ້ນທາງພາຍໃນປະເທດຈີນ ແລະອ່ວຍໜ້າສູ່ອາຊີໃຕ້ແລະອາຊີອາຄະເນ,ກາຍເປັນສູນກາງແລກປ່ຽນວັດຖຸສິນຄ້າ ການໂອນສິນຄ້າແລະການແຈກຢາຍສິນຄ້າທີ່ໃຫຍ່ທີ່ສຸດໃນທົ່ວປະເທດຈີນ.ພ້ອມດຽວກັນນັ້ນ,ໃນປັດຈຸບັນ ໄລຍະຄວາມຍາວຂອງເສັ້ນທາງທີ່ສາມາດຂີ່ລົດໄປໄດ້ຂອງທົ່ວແຂວງຢຸນນານມີເຖິງ 24,25 ໝື່ນກິໂລແມັດ,ເປັນ 5,8 ເທົ່າຂອງປີ 1978.
ສິ່ງມະຫັດສະຈັນຢ່າງທີ 17 ດອກບົວໄດ້ເບັ່ງບານຢ່າງຟົດຟື້ນ
ຫຼັງຈາກການສ້າງສາພັດທະນາເຂດທ່ອງທ່ຽວພູເຈີໄຮເປັນຕົ້ນມາ ບ້ານຊຽນເຢິນຕຸ້ງນຳໃຊ້ທ່າແຮງດ້ານຊັບພະຍາກອນທຳມະຊາດຢ່າງເຕັມທີ່ ຖືເອົາວັດທະນະທຳອັນເປັນມູນເຊື້ອຂອງຊາວຊານີຊົນເຜົ່າຢີເປັນໃຈກາງໃນການພັດທະນາການທ່ອງທ່ຽວທາງນິເວດຊົນນະບົດຢ່າງແຂງແຮງ,ໃນປັດຈຸບັນທົ່ວບ້ານມີທັງໝົດເກືອບ 196 ຄອບຄົວທີ່ເຮັດວຽກກ່ຽວພັນກັບການທ່ອງທ່ຽວທັງໝົດ,ເຊິ່ງບ້ານຊຽນເຢີນຕຸ້ງໄດ້ກາຍເປັນ “ບ້ານຮັ່ງມີແຫ່ງທຳອິດ”ທີ່ມີຊື່ສຽງ.
ສິ່ງມະຫັດສະຈັນຢ່າງທີ 18 ການປະກວດເຄື່ອງນຸ່ງອັນສວຍງາມທີ່ແຄມທົ່ງນາ
ໃນວັນທີ 15 ເດືອນມັງກອນຕາມປະຕິທິນຈັນທະຄະຕິຈີນ,ຊາວເຜົ່າຢີທີ່ມາຈາກແຕ່ລະທ້ອງຖິ່ນພາກັນເຕົ້າໂຮມທີ່ເມືອງຢົງເຢີນເພື່ອເຂົ້າຮ່ວມການປະກວດເຄື່ອງນຸ່ງເຜົ່າຢີ ການຟ້ອນລຳທຳເພງແລະການເຕັ້ນຕີນ,ເພື່ອສະແດງເຖິງການສະແຫວງຫາແລະຄວາມມຸ່ງຫວັງຕໍ່ຊີວິດທີ່ສວຍງາມຂອງເຂົາເຈົ້າ.