“ປະກົດການສິ່ງມະຫັດສະຈັນ 18 ຢ່າງ”ຂອງຢຸນນານສະບັບໃໝ່

2018-12-20 17:51:24 |ມາຈາກ: Yunnan Gateway

ສິ່ງມະຫັດສະຈັນຢ່າງທີ 10 ອາຫານລ້ຽງໂຕະຍາວ
“ອາຫານລ້ຽງໂຕະຍາວ ເດືອນຕຸລາ”ເປັນບຸນປະເພນີທີ່ໃຫຍ່ໂຕມະໂຫລານທີ່ສຸດຂອງຊົນເຜົ່າຮານີ,ໃນລະຫວ່າງວັນມັງກອນຫາວັນວອກມື້ທຳອິດຂອງເດືອນ ຕຸລາ ຕາມປະຕິທິນຈັນທະຄະຕິຂອງຈີນ,ແຕ່ລະຄອບຄົວຈະຈັດການລ້ຽງອາຫານໂຕະຍາວຕາມຫົນທາງ,ເຊິ່ງຄວາມຍາວແມ່ນສຸດສາຍຕາ,ປະຊາຊົນຮ້ອງເພງດື່ມເຫຼົ້າອວຍພອນ ເຕັ້ນລຳນຳກັນ,ກິນອາຫານແຊບຮ່ວມກັນ ເພື່ອສະເຫຼີມສະຫຼອງການເກັບກ່ຽວທີ່ອຸດົມສົມບູນ.

ສິ່ງມະຫັດສະຈັນຢ່າງທີ 11 ກາເຟເມືອງພູເອີໄດ້ຈຳໜ່າຍເຖິງຕ່າງປະເທດ
80%ຂອງກາເຟພູເອີໄດ້ຖືກຈຳໜ່າຍໄປຮອດ 30 ກວ່າປະເທດແລະເຂດແຄວ້ນໃນທົ່ວໂລກ,ຂະແໜງການກາເຟໄດ້ກາຍເປັນຂະແໜງການທີ່ມີສີສັນພິເສດແລະຂະແໜງການຫລັກທີ່ມີທ່າແຮງ,ຈຶ່ງໄດ້ກາຍເປັນຂະແໜງການທີ່ສາມາດສ້າງຄວາມຮັ່ງມີໃຫ້ແກ່ຊາວນາ ສ້າງລາຍຮັບເປັນເງິນຕາຕ່າງປະເທດໄດ້。

ສິ່ງມະຫັດສະຈັນຢ່າງທີ 12 ການຟ້ອນລຳທຳເພງທີ່ມີສີສັນດັ້ງເດີມຂອງຊົນເຜົ່າ
ຊົນເຜົ່ານ້ອຍຂອງແຂວງຢຸນນານແມ່ນເກັ່ງໃນການຟ້ອນລຳທຳເພງຫຼາຍ,ພາຍຫຼັງການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກໃນ 40 ປີທີ່ຜ່ານມາ,ການຟ້ອນລຳທຳເພງຂອງຊົນເຜົ່າດັ້ງເດີມຢຸນນານໄດ້ສ້າງຮາກຖານຢູ່ໃນວັດທະນະທຳຂອງຊົນເຜົ່າ ວັດທະນະທຳປະຫວັດສາດແລະຜືນແຜ່ນດິນແຫ່ງນີ້,ເຊິ່ງຄ່ອຍໆຍ່າງອອກຈາກເຂດພູດອຍ ແລະເຂົ້າສູ່ຕະຫຼາດ ຊຶ່ງກາຍເປັນຂະແໜງສິລະປະທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ.